



ລັດຖະບານ ເຫັນໄດ້ຄວາມສໍາຄັນຂອງວຽກງານການປ່ຽນແປງດິນຟ້າອາກາດ ໂດຍສະເພາະ ຜົນກະທົບທີ່ມີຕໍ່ ການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ. ສະນັ້ນ, ຈຶ່ງໄດ້ເຂົ້າຮ່ວມເປັນພາຄີກັບສາກົນ ເປັນຕົ້ນ: ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ (UNFCCC), ສັນຍາປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ແລະ ສ້າງບັນດານິຕິກຳທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ດຳລັດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ແລະ ຍຸດທະສາດແຫ່ງຊາດ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດຮອດປີ 2030 ໂດຍມີ ເປົ້າໝາຍເພື່ອຫຼຸດຜ່ອນການປ່ອຍ ແລະ ເພີ່ມການດູດຊັບ ທາດອາຍເຮືອນແກ້ວ ໃຫ້ເປັນສູນ ໃນປີ 2050 (Net-Zero Emission).
ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໃນນາມທີ່ເປັນ ໃຈກາງໃຫ້ບັນດາຂະແໜງການຕ່າງໆ ຢູ່ພາຍໃນປະເທດ ໃນວຽກການຄຸ້ມຄອງວຽກງານການປ່ຽນແປງດິນຟ້າອາກາດ ຈຶ່ງໄດ້ສ້າງ ແຜນງານແຫ່ງຊາດ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ສະບັບນີ້ຂຶ້ນ ໂດຍມີຈຸດປະສົງຫຼັກ ເພື່ອເພີ່ມທະວີຄວາມອາດສາມາດໃນການປັບຕົວ ແລະ ສ້າງຄວາມທົນທານ ຕໍ່ການປ່ຽນແປງດິນຟ້າອາກາດ ເພື່ອໃຫ້ສາມາດຫຼຸດຜ່ອນຜົນກະທົບ ແລະ ຄວາມສ່ຽງ ຈາກບັນຫາການປ່ຽນແປງດິນຟ້າອາກາດ ແລະ ໃຫ້ການເປັນເອກະສານອັນສຳຄັນອັນໜຶ່ງ ໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ນຳເອົາວຽກງານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໄປເຊື່ອມສານເຂົ້າໃນບັນດານະໂຍບາຍ ແລະ ແຜນງານ ຂອງຂະແໜງການຂອງຕົນ.
ແຜນງານແຫ່ງຊາດ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ສະບັບນີ້ ແມ່ນໄດ້ປັບປຸງຈາກ ແຜນດໍາເນີນງານແຫ່ງຊາດການປັບຕົວເຂົ້າກັບສະພາບການປ່ຽນແປງດິນຟ້າອາກາດ ສະບັບປີ 2009 ຊຶ່ງໄດ້ອີງໃສ່ຜົນ ຂອງການສຶກສາ, ການຄົ້ນຄວ້າ ແລະ ບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານການປ່ຽນແປງດິນຟ້າອາກາດໃນໄລຍະຜ່ານມາ. ນອກຈາກນັ້ນແຜນງານແຫ່ງຊາດສະບັບນີ້ ກໍ່ຍັງໄດ້ອີງໃສ່ ຈຸດພິເສດ, ທ່າແຮງ, ສະພາບຄວາມເປັນຈິງ, ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ຂອງບັນດາຂະແໜງການທີ່ກ່ຽວຂ້ອງ ໃນແຕ່ລະໄລຍະ ເຊິ່ງແຜນງານດັ່ງກ່າວນີ້ ແມ່ນໄດ້ຜ່ານການປຶກສາຫາລື ແລະ ການປະກອບ ຄໍາເຫັນຈາກຫຼາຍພາກສ່ວນນັບທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ຄູ່ຮ່ວມພັດທະນາ ແລະ ອົງການ ຈັດຕັ້ງສາກົນ ທີ່ກ່ຽວຂ້ອງ.
ແຜນງານແຫ່ງຊາດ ສະບັບນີ້ ໄດ້ກຳນົດບັນດາຄາດໝາຍ, ຈຸດປະສົງ ແລະ ມາດຕະການປັບຕົວ ໄລຍະກາງ ແລະ ໄລຍະຍາວ ຂອງ 9 ຂະແໜງການບຸລິມະສິດ ຕົ້ນຕໍ ຄື: ກະສິກໍາ; ປ່າໄມ້ ແລະ ການປ່ຽນແປງການນໍາໃຊ້ທີ່ດິນ; ໂຍທາທິການ ແລະ ການພັດທະນາຕົວເມືອງ; ພະລັງງານ; ຊັບພະຍາກອນນໍ້າ; ສາທາລະນະສຸກ; ສຶກສາທິການ; ທ່ອງທ່ຽວ; ແລະ ແຮງງານ ແລະ ສະຫວັດດີການສັງຄົມ ຊຶ່ງຈະເປັນບ່ອນອີງ ບັນດາກະຊວງ, ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ ແລະ ການເຊື່ອມສານ ວຽກງານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ເຂົ້າໃນແຜນການປະຈໍາປີ ແລະ ແຜນການ 5 ປີ ແລະ ຍຸດທະສາດໄລຍະຍາວຂອງຕົນ.
>Lorem ipsum dolor sit amet consectetur adipisicing elit. Eos nesciunt modi pariatur provident, dolorem architecto rerum accusamus totam mollitia, voluptates natus nihil maxime qui perspiciatis, inventore sint quas. Laboriosam, quaerat.
Lorem ipsum dolor sit amet consectetur adipisicing elit. Eos nesciunt modi pariatur provident, dolorem architecto rerum accusamus totam mollitia, voluptates natus nihil maxime qui perspiciatis, inventore sint quas. Laboriosam, quaerat.