ຝຶກອົບຮົມການສ້າງເປັນຄູຝຶກ (Training of Trainers) ສໍາລັບວຽກງານການປັບຕົວ ພາຍໃຕ້ແຜນງານແຫ່ງຊາດການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໃຫ້ແກ່ ຂະແຫນງການຂັ້ນສູນກາງ ແລະ ຂັ້ນແຂວງ ໃນຂອບເຂດທົ່ວປະເທດ
ຝຶກອົບຮົມການສ້າງເປັນຄູຝຶກ (Training of Trainers) ສໍາລັບວຽກງານການປັບຕົວ ພາຍໃຕ້ແຜນງານແຫ່ງຊາດການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໃຫ້ແກ່ ຂະແຫນງການຂັ້ນສູນກາງ ແລະ ຂັ້ນແຂວງ ໃນຂອບເຂດທົ່ວປະເທດ
ບັ້ນການຝຶກອົບຮົມສ້າງເປັນຄູຝຶກແມ່ນເພື່ອ (1) ສ້າງຄວາມເຂົ້າໃຈທີ່ດີ ແລະ ລົງເລິກ ໃຫ້ແກ່ຂະແໜງການກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໃນວຽກງານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ; (2) ຍົກລະດັບຄວາມອາດສາມາດ ຂອງຂະແໜງການກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອໃຫ້ກາຍເປັນຄູຝຶກໃນຫ້ອງການ ແລະ ຂະແໜງການຂອງຕົນ ໃນວຽກງານການວາງແຜນການປັບຕົວ; ແລະ (3) ສະໜອງເອກະສານ ແລະ ເຄື່ອງມືນໍາໃຊ້ໃນການຝຶກອົບຮົມ ໃຫ້ແກ່ຜູ້ເຂົ້າຮ່ວມ ທີ່ຈະກາຍເປັນຄູຝຶກໃນວຽກງານດັ່ງກ່າວ ແລະ ສາມາດນຳໃຊ້ໄປຝຶກຕໍ່ໃນຂົງເຂດວຽກງານ ແລະ ໃນແຂວງຂອງຕົນ.
ພາຍໃຕ້ແຜນງານແຫ່ງຊາດການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ, ໄດ້ສຳເລັດການສ້າງຄູຝຶກຂັ້ນສູນກາງ ຈຳນວນ 25 ທ່ານ (ຍີງ 13 ທ່ານ), ຄູຝຶກຂັ້ນແຂວງ (ແຂວງພາກເຫນືອ) ຈຳນວນ 29 ທ່ານ (ຍິງ 07 ທ່ານ) ແລະ ຄູຝຶກຂັ້ນແຂວງ (ແຂວງພາກກາງ-ພາກໃຕ້) ຈຳນວນ 30ທ່ານ (ຍິງ 05 ທ່ານ).
https://www.facebook.com/share/p/16A74j5XwJ/