ກອງເລຂາ ສົນທິສັນຍາ UNFCCC ໄດ້ຮັບເອົາແຜນງານແຫ່ງຊາດການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ເຂົ້າໃນລະບົບຢ່າງເປັນທາງການ.
ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ, ກົມສິ່ງແວດລ້ອມ ສໍາເລັດ ການສ້າງ ແລະ ນຳສົ່ງເອກະສານແຜນງານແຫ່ງຊາດການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໃຫ້ແກ່ກອງເລຂາສົນທິສັນຍາສະຫະປະຊາຊາດວ່າດ້ວຍການປ່ຽນແປງດິນຟ້າອາກາດ UNFCCC
ການສ້າງແຜນງານແຫ່ງຊາດການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແມ່ນມີຄວາມຈໍາເປັນ ແລະ ສໍາຄັນ ຕໍ່ ສປປ ລາວ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານການປັບຕົວ ແລະ ການຮັບມື ກັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ. ຈຸດປະສົງ ຂອງແຜນງານແຫ່ງຊາດສະບັບນີ້ ແມ່ນເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ຄວາມບອບບາງຈາກການປ່ຽນແປງດິນຟ້າອາກາດ ໂດຍການສ້າງຄວາມສາມາດໃນການປັບຕົວ ແລະ ສ້າງຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມສານເອົາວຽກງານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດເຂົ້າໃນບັນດານະໂຍບາຍ, ແຜນງານ ແລະ ກິດຈະກໍາທີ່ກ່ຽວຂ້ອງທີ່ມີແລ້ວ ແລະ ກໍາລັງດຳເນີນການສ້າງໃໝ່ ເພື່ອໃຫ້ມີຄວາມສອດຄ່ອງ ກັບບັນດາ ຍຸດທະສາດ ແລະ ແຜນດໍາເນີນງານຂອງຂະແໜງການກ່ຽວຂ້ອງ ແລະ ເພື່ອໃຫ້ບັນລຸຄາດໝາຍສູ້ຊົນ ດ້ານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ຮອດປີ 2035 ຕາມທິດສີຂຽວ ແລະຍືນຍົງ.
ທ່ານສາມາດອ່ານລາຍລະອຽດ ກ່ຽວກັບເອກະສານແຜນງານແຫ່ງຊາດການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໄດ້ທີ່ ເວັບໄຊແຜນງານແຫ່ງຊາດ ທີ່ລີ້ງຂ້າງລຸ່ມນີ້
https://naplaos.com/nap