ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ · ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກ່ຽວກັບເຮົາ

ແຜນງານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດຂອງຂະແໜງການ (SAPs)

ແຜນງານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດຂອງຂະແໜງການ (SAPs) 2026–2030 ສຳລັບ 3 ຂະແໜງການບູລິມະສິດຂອງ ສປປ ລາວ — ນຳເອົາບູລິມະສິດຂອງ NAP ມາສະແດງອອກເປັນຍຸດທະສາດທີ່ສາມາດນຳໄປປະຕິບັດ ແລະ ວັດແທກຜົນໄດ້.

2026–2030 3 ຂະແໜງການບູລິມະສິດ GCF Readiness
ກະຊວງກະສິກຳ ແລະ ສິ່ງແວດລ້ອມ
Green Climate Fund (GCF)
Global Green Growth Institute (GGGI)

ບົດນຳ

ພາຍໃຕ້ໂຄງການ GCF Readiness ໂດຍມີຊື່ເຕັມວ່າ “ການສະໜັບສະໜູນການບູລະນາການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດເຂົ້າໃນການວາງແຜນຂະແໜງການໃນ ສປປ ລາວ” (Support for Mainstreaming Climate Change Adaptation into Sectoral Planning in Lao PDR), ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ໂດຍໄດ້ຮັບການສະໜັບສະໜູນຈາກ ສະຖາບັນ Global Green Growth Institute (GGGI) ໄດ້ພັດທະນາ ແຜນງານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດຂອງຂະແໜງການ (SAPs) ສຳລັບໄລຍະ 2026–2030 ສຳລັບ 3 ຂະແໜງການບູລິມະສິດ ປະກອບມີ: ຂະແໜງກະສິກຳ ແລະ ປ່າໄມ້, ຂະແໜງພັດທະນາຕົວເມືອງ ແລະ ຂົນສົ່ງ, ແລະ ຂະແໜງຊັບພະຍາກອນນ້ຳ.

SAPs ມີຈຸດປະສົງເພື່ອ ເສີມສ້າງຄວາມທົນທານໃນໄລຍະຍາວ ຂອງ 3 ຂະແໜງການບູລິມະສິດໃນເສດຖະກິດລາວ ໂດຍອີງໃສ່ຜົນການປະເມີນຄວາມສ່ຽງ ແລະ ຄວາມບອບບາງຕໍ່ການປ່ຽນແປງດິນຟ້າອາກາດຂອງຂະແໜງການ (Sectoral Climate Risk and Vulnerability Assessment – S-CRVA) ແລະ ນຳເອົາບູລິມະສິດໂດຍລວມຂອງ ແຜນການປັບຕົວແຫ່ງຊາດ (NAP) ມາສະແດງອອກເປັນຍຸດທະສາດທີ່ສາມາດນຳໄປປະຕິບັດ ແລະ ວັດແທກຜົນໄດ້. SAPs ຈະເປັນກອບແນະນຳໃຫ້ແກ່ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໃນການເຊື່ອມສານມາດຕະການດ້ານການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດເຂົ້າໃນນະໂຍບາຍ, ຍຸດທະສາດ ແລະ ແຜນການລົງທຶນ ເພື່ອ ຫຼຸດຜ່ອນຄວາມບອບບາງ ຜົນກະທົບຈາກດິນຟ້າອາກາດ ແລະ ປົກປ້ອງຊີວິດການເປັນຢູ່ຂອງປະຊາຊົນ.

ຂະແໜງກະສິກຳ ແລະ ປ່າໄມ້Agriculture & Forestry
ຂະແໜງພັດທະນາຕົວເມືອງ ແລະ ຂົນສົ່ງUrban Development & Transport
ຂະແໜງຊັບພະຍາກອນນ້ຳWater Resources

ເນື້ອໃນຫຍໍ້ຂອງ SAPs

ແຜນງານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດຂອງຂະແໜງການ (SAPs) ຫຼື ເອີ້ນຫຍໍ້ວ່າ “SAPs” ສຳລັບຂະແໜງກະສິກຳ ແລະ ປ່າໄມ້, ຂະແໜງພັດທະນາຕົວເມືອງ ແລະ ຂົນສົ່ງ, ແລະ ຂະແໜງຊັບພະຍາກອນນ້ຳ, ໄດ້ກຳນົດ ຜົນໄດ້ຮັບເຊິ່ງເປັນຍຸດທະສາດດ້ານການປັບຕົວ, ຈຸດປະສົງ ແລະ ບັນດາກິດຈະກຳບູລິມະສິດ ສຳລັບໄລຍະ 2026–2030. ແຜນດັ່ງກ່າວມຸ່ງໝາຍເພື່ອແກ້ໄຂ ອຸປະສັກດ້ານເຕັກນິກ, ດ້ານສະຖາບັນ, ດ້ານການເງິນ ແລະ ດ້ານສັງຄົມ ທີ່ຂັດຂວາງການປັບຕົວ.

SAPs ແມ່ນການນຳພາໂດຍ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດຍປະສານງານກັບບັນດາກະຊວງ-ອົງການຂະແໜງການທີ່ກ່ຽວຂ້ອງ ໃນຂັ້ນແຂວງ ແລະ ເມືອງ ເພື່ອສະໜັບສະໜູນ ການນຳແຜນໄປປະຕິບັດໃນລະດັບທ້ອງຖິ່ນ, ການຕິດຕາມ ແລະ ການທົບທວນກາງໄລຍະ.

ເອກະສານ

ເອກະສານ SAP ຂອງແຕ່ລະຂະແໜງການບູລິມະສິດ ຈະຖືກເຜີຍແຜ່ໃນໜ້ານີ້ໃນໄວໆນີ້.

SAP — ຂະແໜງກະສິກຳ ແລະ ປ່າໄມ້ ໄວໆນີ້
SAP — ຂະແໜງພັດທະນາຕົວເມືອງ ແລະ ຂົນສົ່ງ ໄວໆນີ້
SAP — ຂະແໜງຊັບພະຍາກອນນ້ຳ ໄວໆນີ້

ແຫຼ່ງຂໍ້ມູນທີ່ກ່ຽວຂ້ອງ

ເອກະສານແນະນຳໂຄງການ (Factsheet) ຂອງໂຄງການ GCF Readiness “ການສະໜັບສະໜູນການບູລະນາການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດເຂົ້າໃນການວາງແຜນຂະແໜງການໃນ ສປປ ລາວ”.

ຮູບພາບກິດຈະກຳ

ກອງປະຊຸມສ້າງແຜນ SAPs (SAPs Formulating Workshop)

ກອງປະຊຸມເວທີການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ສປປ ລາວ (Lao PDR Climate Adaptation Forum)

ຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາ

ຮ່ວມກັນສ້າງອະນາຄົດທີ່ທົນທານຕໍ່ການປ່ຽນແປງດິນຟ້າອາກາດ