ແມ່ຍິງ, ເດັກນ້ອຍ, ຄົນພິການ, ຜູ້ສູງອາຍຸ, ກຸ່ມຄົນດ້ອຍໂອກາດ, ກຸ່ມຊົນເຜົ່າ ແລະ, ແລະ ກຸ່ມຄົນທີ່ຖືກຈໍາແນກຍ້ອນອິງໃສ່ເພດຂອງເຂົາເຈົ້າ ຫຼື ປັດໃຈອື່ນໆ ແມ່ນມີຄວາມສ່ຽງຕໍ່ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ການປ່ຽນແປງຂອງດິນຟ້າອາກາດສາມາດເຮັດໃຫ້ຄວາມບໍ່ສະເຫມີພາບລະຫວ່າງຜູ້ຊາຍ ແລະ ແມ່ຍິງຮ້າຍແຮງຂຶ້ນ, ເຊັ່ນດຽວກັນກັບກຸ່ມຄົນທີ່ມີຄວາມສ່ຽງ. ແມ່ຍິງ ແລະ ກຸ່ມຄົນຕ່າງໆທີ່ມີຄວາມສ່ຽງແມ່ນມີຄວາມສາມາດໃນການປັບຕົວແຕກຕ່າງກັນ ແລະ ມັກຈະມີໂອກາດ ແລະ ເວລາໃນການປັບຕົວໜ້ອຍກ່ວາ1.
ບົດບາດຍິງຊາຍ ແລະ ການມີສ່ວນຮ່ວມຂອງສັງຄົມ ແລະ ການປັບຕົວແມ່ນມີການພົວພັນກັນຢ່າງສະໜິດແໜ້ນ ແລະ ສົ່ງຜົນກະທົບຕໍ່ກັນແລະກັນ ເຊັ່ນ: ແມ່ນແມ່ຍິງ ແລະ ກຸ່ມທີ່ປະເຊີນກັບການຈໍາແນກແມ່ນມີຄວາມສ່ຽງຕໍ່ການປ່ຽນແປງດິນຟ້າອາກາດສະເພາະ. ບັນຫານີ້ແມ່ນຖືກຮັບຮູ້ຢ່າງກ້ວາງຂວາງ, ເຊັ່ນ: ໂດຍ IPCC, ແລະ ໃນເອກະສານ NAP ທີ່ມີໃນທົວໂລກ. ແມ່ຍິງມີບົດບາດໃນການຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການໃຫ້ແກ່ຄອບຄົວຂອງເຂົາເຈົ້າ.2 ແມ່ຍິງມີຄວາມສ່ຽງຫຼາຍກ່ວາຜູ້ຊາຍ ໃນການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ເຊິ່ງແມ່ຍິງຕ້ອງໄດ້ເຮັດວຽກເພີ່ມ ແລະ ໜັກຂື້ນເພື່ອຊອກຫາແຫຼ່ງອາຫານ ແລະ ໂພຊະນາການໃຫ້ແກ່ຄອບຄົວຂອງຕົນ. ເມື່ອເກີດໄພພິບັດຈາກສະພາບອາກາດທີ່ຮຸນແຮງ, ແມ່ຍິງ ແລະ ເດັກນ້ອຍແມ່ນມີແນວໂນ້ມທີ່ຈະເສຍຊີວິດຫຼາຍກ່ວາຜູ້ຊາຍເຖິງ 14 ເທົ່າ3.