ໃນຕອນເຊົ້າຂອງວັນທີ 23 ມັງກອນ 2025 ໜ່ວຍງານຄຸ້ມຄອງໂຄງການ ໄດ້ຈັດກອງປະຊຸມຄະນະຊີ້ນໍາ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດ ພາຍໃຕ້ໂຄງການ ສ້າງຄວາມເຂັ້ມແຂງ ຂອງ ສປປ ລາວ
ໃນຕອນເຊົ້າຂອງວັນທີ 23 ມັງກອນ 2025 ໜ່ວຍງານຄຸ້ມຄອງໂຄງການ ໄດ້ຈັດກອງປະຊຸມຄະນະຊີ້ນໍາ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດ ພາຍໃຕ້ໂຄງການ ສ້າງຄວາມເຂັ້ມແຂງ ຂອງ ສປປ ລາວ
ໃນຕອນເຊົ້າຂອງວັນທີ 23 ມັງກອນ 2025 ໜ່ວຍງານຄຸ້ມຄອງໂຄງການ ໄດ້ຈັດກອງປະຊຸມຄະນະຊີ້ນໍາ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດ ພາຍໃຕ້ໂຄງການ ສ້າງຄວາມເຂັ້ມແຂງ ຂອງ ສປປ ລາວ ໃນການວາງແຜນ ເພື່ອປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ (NAP). ເຊິ່ງເປັນປະທານຮ່ວມຂອງ ທ່ານ ອຳໄພວັນ ອຸດົມເດດ, ຮັກສາການ ຫົວໜ້າກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ ແລະ ທ່ານ ນາງ Moon Shrestha, Project Task Manager ປະຈຳອົງການສະຫະປະຊາຊາດ(UNEP). - ກອງປະຊຸມຄັ້ງນີ້ ໄດ້ລາຍງານຄວາມຄືບໜ້າ ຜົນສຳເລັດ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດໂຄງການ ໃນໄລຍະ 1 ປີຜ່ານມາ ແລະ ພິຈາລະນາຮັບຮອງເອົາບົດລາຍງານ ແລະ ແຜນການຕ່າງໆຂອງໂຄງການ ຕາມພາລະບົດບາດຂອງຄະນະຊີ້ນໍາ ເປັນຕົ້ນ: (1) ການລາຍງານການຈັດຕັ້ງປະຕິບັດໂຄງການ ປະຈຳປີ 2024, (2) ແຜນວຽກ ແລະ ແຜນງົບປະມານ ປະຈໍາປີ 2025 ແລະ (3) ໃນກອງປະຊຸມ ຄັ້ງນີ້ ຈະໄດ້ຮັບຟັງການນຳສະເຫນີ ຜົນການປະເມີນກາງສະໄຫມ MTR ການຈັດຕັ້ງປະຕິບັດໂຄງການ NAP ຂອງ ສປປ ລາວ ມາຮອດປະຈຸບັນ ເຫັນວ່າມີຄວາມຄືບໜ້າ ແລະ ສໍາເລັດ ຫລາຍກິດຈະກໍາ ຕາມແຜນວຽກຂອງ ຂອງໂຄງການ, ມາຮອດ ປີ 2024 ແມ່ນມີຄວາມຄືບໜ້າ 49 ເປີເຊັນ ແລະ ສໍາເລັດການສ້າງ ແຜນງານແຫ່ງຊາດໃນການປັບຕົວເຂົາກັບການປ່ຽນແປງດິນຟ້າອາກາດ(NAP) ຮ່າງສະບັບສຸດທ້າຍ ແລະ ກຳລັງກະກຽມສະເໜີລັດຖະບານ ພິຈາລະນາຮັບຮອງ ໃນ ເດືອ່ນ ມີນາ 2025. ນອກຈາກນັ້ນ ທ່ານ ປະທານກອງປະຊຸມ ໄດ້ເນັ້ນໃຫ້ເຫັນວ່າ “ການປ່ຽນແປງດິນຟ້າອາກາດ ແມ່ນເປັນໄພຂົມຂູ່ ຕໍ່ກັບການພັດທະນາເສດຖະກິດສັງຄົມແຫ່ງຊາດ, ຖ້າຫາກ ສປປ ລາວ ເຮົາມີແຜນງານການປັບໂຕທີ່ແທດເໝາະໃນທົ່ວປະເທດ ລວມໄປເຖິງຂອງແຕ່ລະຂະແໜງການ ພວກເຮົາກໍ່ຈະສາມາດລຸດຜອນຜົນກະທົບອັນໜັກໜ່ວງ ຕໍ່ກັບ ການດຳລົງຊີວິດ ຂອງປະຊາຊົນລາວ ຈາກຄວາມສ່ຽງ ແລະ ໄພຂົ້ມຂູ່ ດັ່ງກ່າວ”. https://www.facebook.com/share/p/17WEnFe28F/
13/10/2025
ໂດຍ: admin