ໂຄງການ Urban EbS Laos
ໂຄງການສ້າງຄວາມທົນທານຂອງປະຊາກອນໃນຕົວເມືອງເພື່ອປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໂດຍການຄຸ້ມຄອງ ແລະ ນຳໃຊ້ທ່າແຮງຂອງລະບົບນິເວດ ຢູ່ ສປປ ລາວ
ກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດສາກົນ (GCF) ໄດ້ອະນຸມັດ ໂຄງການ “ສ້າງຄວາມທົນທານຂອງປະຊາກອນໃນຕົວເມືອງເພື່ອປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໂດຍການຄຸ້ມຄອງ ແລະ ນຳໃຊ້ທ່າແຮງຂອງລະບົບນິເວດ ຢູ່ ສປປ ລາວ” (Urban EbS Laos) ໃນວັນທີ 14 ພະຈິກ 2019, ເປັນຈຳນວນເງິນທັງໝົດ 10 ລ້ານໂດລາສະຫະລັດ. ໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດນັບແຕ່ເດືອນມີຖຸນາ 2020. ໂຄງການຈັດຕັ້ງປະຕິບັດໂດຍກົມສິ່ງແວດລ້ອມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ນະຄອນ (ນະຄອນຫລວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ) ແລະ ຄູ່ຮ່ວມພັດທະນາ, ອົງການສະຫະປະຊາຊາດ ເພື່ອສິ່ງແວດລ້ອມ (UNEP). ໄລຍະເວລາໂຄງການ 5 ປີ ຈັດຕັ້ງປະຕິບັດຢູ່ 4 ແຂວງເປົ້າໝາຍ (ນະຄອນຫລວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງສະຫວັນນະເຂດ, ແຂວງຈຳປາສັກ).
ຈຸດປະສົງ
ໂຄງການ Urban EbS Laos ມີຈຸດປະສົງເພື່ອຫຼຸດຜ່ອນຜົນກະທົບນ້ຳຖ້ວມຕົວເມືອງຈາກພື້ນຖານໂຄງລ່າງທີ່ຈຳກັດ ແລະ ຈັດຕັ້ງປະຕິບັດມາດຕະການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດແບບປະສົມປະສານເພື່ອສ້າງຄວາມທົນທານ. ສິ່ງດັ່ງກ່າວຈະບັນລຸໄດ້ໂດຍການເຊື່ອມສານຕໍ່ກັບການປ່ຽນແປງດິນຟ້າອາກາດຍຸດທະສາດການຄຸ້ມຄອງໄພນ້ຳຖ້ວມທີ່ມີຄວາມທົນທານຕໍ່ສະພາບການປ່ຽນແປງດິນຟ້າອາກາດແບບປະສົມປະສານເຂົ້າໃນກອບການວາງແຜນ ແລະ ມາດຕະກາດການປັບຕົວຂອງລະບົບນິເວດ (EbA) ໃນຕົວເມືອງ ເພື່ອຫຼຸດຜ່ອນໄພນ້ຳຖ້ວມທີ່ເກີດຈາກການປ່ຽນແປງດິນຟ້າອາກາດ.
ວິທີການຂອງໂຄງການ
ໂຄງການດັ່ງກ່າວມີຈຸດປະສົງເພື່ອປ່ຽນການຄຸ້ມຄອງນໍ້າຖ້ວມໃນຕົວເມືອງໃນ ສປປ ລາວ ຈາກວິທີການສ້າງພື້ນຖານໂຄງລ່າງທີ່ແຂງແກ່ນເປັນສ່ວນໃຫຍ່ ໄປສູ່ວິທີການແບບປະສົມປະສານ ເຊິ່ງລວມເອົາພື້ນຖານໂຄງລ່າງແບບດັ້ງເດີມ ກັບການປັບຕົວທີ່ອີງໃສ່ລະບົບນິເວດ (EbA) ແລະມາດຕະການອື່ນໆ ທີ່ອີງໃສ່ທຳມະຊາດ. ວິທີການນີ້ສຸມໃສ່:
- ການເຊື່ອມໂຍງການຄຸ້ມຄອງນໍ້າຖ້ວມແບບປະສົມປະສານ ແລະ EbA ເຂົ້າໃນການວາງແຜນຕົວເມືອງ ແລະ ການຕັດສິນໃຈ;
- ເສີມສ້າງຄວາມສາມາດດ້ານເຕັກນິກ ແລະ ສະຖາບັນສໍາລັບການຄຸ້ມຄອງນໍ້າຖ້ວມທີ່ທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດ;
- ການພັດທະນາແຜນການຄຸ້ມຄອງນໍ້າຖ້ວມແບບປະສົມປະສານ ແລະ ທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດ ແລະ ຄໍາແນະນໍາ EbA;
- ການຟື້ນຟູ ແລະ ປົກປ້ອງພື້ນທີ່ດິນບໍລິເວນນ້ຳ ແລະ ສາຍນ້ຳໃນຕົວເມືອງ ເພື່ອຫຼຸດຜ່ອນຜົນກະທົບຂອງນໍ້າຖ້ວມ;
- ການເພີ່ມຄວາມຮັບຮູ້ກ່ຽວກັບຄວາມສ່ຽງທີ່ກ່ຽວຂ້ອງກັບສະພາບອາກາດ ແລະ ຜົນປະໂຫຍດທີ່ມີຄຸນຄ່າຂອງລະບົບນິເວດ.
ອົງປະກອບ ແລະ ຜົນໄດ້ຮັບຂອງໂຄງການ
ໂຄງການປະກອບມີ 2 ອົງປະກອບ 5 ຜົນໄດ້ຮັບຂອງໂຄງການ.
- ຜົນໄດ້ຮັບ 1.1ສ້າງຄວາມເຂັ້ມແຂງ ແລະ ປູກຈິດສຳນຶກວຽກງານຫຼຸດຜ່ອນຄວາມສ່ຽງ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດລວມທັງບົດບາດຍິງ-ຊາຍ ໃຫ້ພາກລັດ/ອົງການຈັດຕັ້ງທີ່ກ່ຽວຂ້ອງ;
- ຜົນໄດ້ຮັບ 1.2ສ້າງ ແລະ ພັດທະນາຄູ່ມື/ບົດແນະນຳເພື່ອເຊື່ອມສານວຽກງານຫຼຸດຜ່ອນຄວາມສ່ຽງ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໂດຍອີ່ງໃສ່ທ່າແຮງຂອບລະບົບນິເວດແບບປະສົມປະສານ ເຂົ້າໃນຍຸດທະສາດ ແລະ ແຜນງານຂອງ 4 ແຂວງ/ເມືອງເປົ້າໝາຍໂຄງການ ແລະ ຂະແໜງການກ່ຽວຂ້ອງລວມທັງສ້າງກົນໄກການປະສານງານວຽກດັ່ງກ່າວໃຫ້ມີປະສິດທິພາບ.
- ຜົນໄດ້ຮັບ 2.1ປົກປັກຮັກສາ ແລະ ຟື້ນຟູດິນບໍລິເວນນ້ຳເພື່ອຫຼຸດຜ່ອນນ້ຳຖ້ວມ ໂດຍສະເພາະດິນບໍລິເວນນ້ຳໜອງປຶງ ເມືອງປາກຊັນ ແຂວງບໍລິຄຳໄຊ (800 ເຮັກຕາ);
- ຜົນໄດ້ຮັບ 2.2ປົກປັກຮັກສາ ແລະ ຟື້ນຟູແມ່ນ້ຳ ໃນເຂດຕົວເມືອງ ເພື່ອຫຼຸດຜ່ອນໄພນ້ຳຖ້ວມ ໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ແລະ ນະຄອນປາກເຊ ແຂວງຈຳປາສັກ (700 ຮຕ);
- ຜົນໄດ້ຮັບ 2.3ທົດລອງນຳໃຊ້ວັດສະດຸທີ່ນ້ຳສາມາດຊືມຜ່ານໄດ້, ປູທາງໃນເຂດຕົວເມືອງ ເພື່ອຫຼຸດຜ່ອນໄພນ້ຳຖ້ວມໃນ 4 ແຂວງ/ເມືອງເປົ້າໝາຍໂຄງການ (18,000 ຕມ).
ການສ້າງອະນາຄົດທີ່ທົນທານຕໍ່ສະພາບອາກາດ
ໂຄງການ Urban EbS Laos ສະແດງໃຫ້ເຫັນວ່າລະບົບນິເວດທີ່ມີຄວາມອຸດົມສົມບູນແມ່ນມີບົດບາດສຳຄັນໃນການປົກປ້ອງຊຸມຊົນຈາກຄວາມສ່ຽງທີ່ກ່ຽວຂ້ອງກັບການປ່ຽນແປງຂອງດິນຟ້າອາກາດແນວໃດ. ໂດຍການລວມເອົາການປັບຕົວໂດຍອີງໃສ່ລະບົບນິເວດເຂົ້າໃນການວາງແຜນຕົວເມືອງ ແລະ ການຄຸ້ມຄອງນໍ້າຖ້ວມ, ໂຄງການດັ່ງກ່າວສະໜັບສະໜູນຊຸມຊົນທີ່ມີຄວາມທົນທານຫຼາຍຂຶ້ນ, ລະບົບນິເວດມີຄວາມອຸດົມສົມບູນຂຶ້ນ, ແລະ ການພັດທະນາຕົວເມືອງທີ່ຍືນຍົງຫຼາຍຂຶ້ນ ໃນ ສປປ ລາວ.
ຜ່ານການຮ່ວມມືລະຫວ່າງອົງການລັດຖະບານ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທີ່ກ່ຽວຂ້ອງ, ປະຊາຊົນໃນທ້ອງຖິ່ນ, ແລະ ຜູ້ມີສ່ວນຮ່ວມອື່ນໆ, ໂຄງການດັ່ງກ່າວຊອກຫາວິທີສ້າງວິທີແກ້ໄຂທີ່ເປັນປະໂຫຍດທີ່ສາມາດປະກອບສ່ວນເຂົ້າໃນອະນາຄົດທີ່ທົນທານຕໍ່ສະພາບອາກາດຫຼາຍຂຶ້ນ ໃນ ສປປ ລາວ.