ໃນເດືອນ ມັງກອນ 2025 ຫນ່ວຍງານບໍລິຫານຄຸ້ມຄອງໂຄງການ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການກໍານົດບູລິມະສິດມາດຕະການປັບຕົວ ພາຍໃຕ້ ແຜນງານແຫ່ງຊາດ
ໃນເດືອນ ມັງກອນ 2025 ຫນ່ວຍງານບໍລິຫານຄຸ້ມຄອງໂຄງການ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການກໍານົດບູລິມະສິດມາດຕະການປັບຕົວ ພາຍໃຕ້ ແຜນງານແຫ່ງຊາດ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ຮ່ວມກັບຂະແໜງການຂັ້ນສູນກາງ ພ້ອມທັງ ການມາຕິດຕາມການຈັດຕັ້ງປະຕິບັດ ແລະ ການປະເມີນຜົນໂຄງການໄລຍະກາງຈາກຄູ່ຮ່ວມງານສາກົນ. ເຊິ່ງມີຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງຂັ້ນສູນກາງ ຈາກແຕ່ລະກະຊວງ ເຂົ້າຮ່ວມ ຢ່າງຕັ້ງໜ້າ.
ຈຸດປະສົງ ກອງປະຊຸມຄັ້ງນີ້ເພື່ອ 1. ການແລກປ່ຽນຄໍາຄິດເຫັນກ່ຽວກັບ ວິທີການ ແລະ ຂັ້ນຕອນ ຂອງຂະບວນການກຳນົດບູລິມະສິດມາດຕະການປັບຕົວ ຂອງແຕ່ລະຂະແໜງການ; 2. ການແລກປ່ຽນຂໍ້ມູນກົນໄກການປະສານງານ ແຫ່ງຊາດ ແລະ ກົນໄກການປະສານງານ ພາຍໃຕ້ແຜນງານ NAP; ແລະ 3. ການປະເມີນຜົນໄລະກາງຂອງການຈັດຕັ້ງປະຕິບັດແຜນງານ NAP ຈາກທີມງານສາກົນ
https://www.facebook.com/share/p/1FZ6K6D9sN/