



ສປປ ລາວ ເປັນປະເທດໜຶ່ງ ທີ່ມີຄວາມບອບບາງສູງ ຕໍ່ກັບການປ່ຽນແປງດິນຟ້າອາກາດ ເປັນຕົ້ນ: ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ຊຶ່ງມີສາເຫດມາຈາກການປ່ຽນແປງດິນຟ້າອາກາດ ໂດຍສະເພາະ ການເພີ່ມຂຶ້ນ ຂອງອຸນຫະພູມສະເລ່ຍໃນໄລຍະຜ່ານມາ. ອີງຕາມການຄາດຄະເນ ຂອງທະນາຄານໂລກ ອຸນຫະພູມ ຈະມີທ່າອ່ຽງເພີ່ມສູງຂຶ້ນໃນອະນາຄົດ ປະມານ 3.6 ອົງສາເຊລເຊສ ພາຍໃນປີ 2090 ທຽບໃສ່ຂໍ້ມູນທຽບຖານ (baseline) ໄລຍະ ປີ 1986-2005 ໂດຍອີງໃສ່ຜົນຂອງແບບຈໍາລອງ ການປ່ອຍທາດອາຍເຮືອນແກ້ວສູງສຸດ (RCP8.5). ການປ່ຽນແປງຂອງອຸນຫະພູມສູງສຸດ ແລະ ຕໍ່າສຸດປະຈໍາປີ ຄາດວ່າຈະສົ່ງຜົນກະທົບຕໍ່ສຸຂະພາບ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ລະບົບນິເວດ.
ການປ່ຽນແປງສະພາບພູມອາກາດທີ່ມີຄວາມຮຸນແຮງ ແລະ ຖີ່ຂຶ້ນ ຢູ່ ສປປ ລາວ ເປັນສິ່ງທ້າທາຍ ແລະ ສົ່ງຜົນກະທົບ ຕໍ່ກັບສຸຂະພາບ, ຊີວິດ ແລະ ຊັບສິນຂອງປະຊາຊົນ ລວມທັງ ການພັດທະນາເສດຖະກິດ-ສັງຄົມ. ຖ້າຫາກບໍ່ມີມາດຕະການປັບຕົວທີ່ເໝາະສົມ ຄາດວ່າ ໃນແຕ່ລະປີ ປະຊາກອນທີ່ປະສົບໄພທຳມະຊາດ ໂດຍສະເພາະແມ່ນບັນຫາໄພນໍ້າຖ້ວມ ແມ່ນຈະເພີ່ມຂຶ້ນເປັນສອງເທົ່າ ຊຶ່ງຄາດວ່າ 80,000 ຄົນ ທີ່ຈະໄດ້ຮັບຜົນກະທົບ ໃນຊຸມປີ 2030. ນອກຈາກໄພນໍ້າຖ້ວມແລ້ວ ຍັງຈະເກີດໄພແຫ້ງແລ້ງ, ລົມພະຍຸ, ດິນເຊາະເຈື່ອນ ແລະ ພະຍາດລະບາດ ທີ່ຈະສ້າງຜົນກະທົບຕໍ່ກັບບັນດາຂະແໜງການທີ່ສໍາຄັນ. ເຫດການເຫຼົ່ານີ້ ໄດ້ສ້າງຜົນກະທົບຕໍໍ່ ຊີວິດ, ຊັບສິນ, ການຍົກຍ້າຍຖິ່ນຖານຂອງປະຊາຊົນ ແລະ ທຸກຂົງເຂດວຽກງານ ເປັນຕົ້ນ: ຂົງເຂດກະສິກຳ ແລະ ການຄໍ້າປະກັນສະບຽງອາຫານ, ປ່າໄມ້ ແລະ ການປ່ຽນແປງການນໍາໃຊ້ທີ່ດິນ, ຊັັບພະຍາກອນນໍ້າ, ພະລັງງານ, ອຸດສາຫະກຳ, ໂຍທາທິການ ແລະ ຂົນສົ່ງ, ການພັດທະນາຕົວເມືອງ ແລະ ສາທາລະນະສຸກ.
ສະນັ້ນ, ການສ້າງແຜນງານແຫ່ງຊາດ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ຈຶ່ງມີຄວາມຈໍາເປັນ ແລະ ສໍາຄັນ ຕໍ່ ສປປ ລາວ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານການປັບຕົວ ເພື່ອຫຼຸດຜ່ອນຜົນກະທົບ ຈາກການປ່ຽນແປງດິນຟ້າອາກາດ. ແຜນງານສະບັບນີ້ ໄດ້ກໍານົດບັນດາມາດຕະການປັບຕົວຕ່າງໆທີ່ກວມເອົາທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ຊຶ່ງແຜນງານດັ່ງກ່າວສາມາດປັບປຸງ ແລະ ພັດທະນາເພີ່ມເຕີມໄດ້ ເປັນແຕ່ລະໄລຍະ ໂດຍອີງໃສ່ສະພາບຈຸດພິເສດ ແລະ ເງື່ຶອນໄຂຂອງປະເທດ. ຈຸດປະສົງຕົ້ນຕໍ ຂອງແຜນງານແຫ່ງຊາດການປັບຕົວ ສະບັບນີ້ ເພື່ອ: