



ການສ້າງແຜນງານແຫ່ງຊາດ ການປັບຕົວ ແມ່ນໄດ້ສັງລວມເອົາບັນດາບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດຕົວຈິງ ໂດຍໄດ້ອີງໃສ່ບົດແນະນໍາດ້ານວິຊາການ ຂອງສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ແລະ ການດໍາເນີນຂະບວນການຕ່າງໆ ເປັນຕົ້ນ: ການທົບທວນ ແລະ ເກັບກໍາຂໍ້ມູນ, ການວິເຄາະ, ການປະເມີນຄວາມສ່ຽງ ແລະ ຄວາມບອບບາງ ຈາກການປ່ຽນແປງດິນຟ້າອາກາດ ພ້ອມທັງຈັດລຽງບຸລິມະສິດ ບັນດາມາດຕະການປັບຕົວ, ການປຶກສາຫາລື ແລະ ປະກອບຄໍາເຫັນຈາກພາກສ່ວນຕ່າງໆ ຂອງຂະແໜງການລັດຖະບານ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ ລວມທັງຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ. ນອກຈາກນັ້ນ, ວິທີການ ແມ່ນຍັງລວມເອົາການວິເຄາະ ແລະ ເຊື່ອມສານບົດບາດຍິງ-ຊາຍ ແລະ ການມີສ່ວນຮ່ວມຂອງທຸກກຸ່ມຄົນໃນສັງຄົມເຂົ້າໃນຂະບວນການສ້າງແຜນງານແຫ່ງຊາດ ການປັບຕົວ ເພື່ອໃຫ້ສອດຄ່ອງ ແລະ ຜັນຂະຫຍາຍ ກົດໝາຍວ່າດ້ວຍ ຄວາມສະເໝີພາບຍິງ-ຊາຍ 2019 ແລະ ແຜນປະຕິບັດງານແຫ່ງຊາດວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ-ຊາຍ 2021-2025.
ການສ້າງແຜນງານແຫ່ງຊາດ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ຈຶ່ງມີຄວາມຈໍາເປັນ ແລະ ສໍາຄັນ ຕໍ່ ສປປ ລາວ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານການປັບຕົວ ເພື່ອຫຼຸດຜ່ອນຜົນກະທົບ ຈາກການປ່ຽນແປງດິນຟ້າອາກາດ. ແຜນງານສະບັບນີ້ ໄດ້ກໍານົດບັນດາມາດຕະການປັບຕົວຕ່າງໆທີ່ກວມເອົາທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ຊຶ່ງແຜນງານດັ່ງກ່າວສາມາດປັບປຸງ ແລະ ພັດທະນາເພີ່ມເຕີມໄດ້ ເປັນແຕ່ລະໄລຍະ ໂດຍອີງໃສ່ສະພາບຈຸດພິເສດ ແລະ ເງື່ຶອນໄຂຂອງປະເທດ. ຈຸດປະສົງຕົ້ນຕໍ ຂອງແຜນງານແຫ່ງຊາດການປັບຕົວ ສະບັບນີ້ ເພື່ອ: