ວິໄສທັດ

ລັດຖະບານ ເຫັນໄດ້ຄວາມສໍາຄັນຂອງວຽກງານການປ່ຽນແປງດິນຟ້າອາກາດ, ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນນາມທີ່ເປັນ ເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງວຽກງານການປ່ຽນແປງດິນຟ້າອາກາດ ຈິງໄດ້ຄົ້ນຄວ້າ ແລະ ສ້າງແຜນງານແຫ່ງຊາດ ການປັບເຂົ້າກັບການປ່ຽນແປງດິນຟ້າອາກາດ ໂດຍຈັດຕັ້ງປະຕິບັດພັນທະຕໍ່ສົນທິສັນຍາສາກົນ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ທີ່ ສປປ ລາວ ເປັນພາຄີ ເປັນຕົ້ນ: ສັນຍາປາຣີ ວ່າດ້ວຍ ວຽກງານການປ່ຽນແປງດິນຟ້າອາກາດ, ກອບສັນຍາເຊັນໄດ ວ່າດ້ວຍວຽກງານການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຊຶ່ງຈຸດປະສົງຕົ້ນຕໍຂອງການພັດທະນາແຜນງານແຫ່ງຊາດດັ່ງກ່າວ ແມ່ນເພື່ອຫຼຸດຜ່ອນຜົນກະທົບ ແລະ ຄວາມສ່ຽງ ຈາກບັນຫາການປ່ຽນແປງດິນຟ້າອາກາດ ໂດຍການສ້າງຄວາມອາດສາມາດໃນການປັບຕົວ, ສ້າງຄວາມທົນທານ ຕໍ່ການປ່ຽນແປງດິນຟ້າອາກາດ ແລະ ເຊື່ອມສານເອົາວຽກງານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ເຂົ້າໃນບັນດານະໂຍບາຍ ແລະ ແຜນງານ ທີ່ກ່ຽວຂ້ອງ ຂອງຂະແໜງການ.

ເວັບໄຊ ດັ່ງກ່າວນີ້ ພັດທະນາຂື້ນ ເພື່ອເປັນຄັງຄວາມຮູ້ ສຳລັບ ວຽກງານການປັບຕົວຂອງ ສປປລາວ, ແນ່ໃສ່ສ້າງ ແລະ ພັດທະນາ ເປັນເວັບໄຊທີ່ຈັດເກັບ ແລະ ເຜີຍແຜ່ການຈັດຕັ້ງປະຕິບັດວຽກງານການປັບຕົວ ສະຫນັບສະຫນູນ ການຈັດຕັ້ງປະຕິບັດ ແຜນງານແຫ່ງຊາດ ການປັບເຂົ້າກັບການປ່ຽນແປງດິນຟ້າອາກາດ

Climate Risk Vulnerability Assessment (CRVA)

Lorem ipsum dolor sit amet consectetur adipisicing elit. Eos nesciunt modi pariatur provident, dolorem architecto rerum accusamus totam mollitia, voluptates natus nihil maxime qui perspiciatis, inventore sint quas. Laboriosam, quaerat.

Output NAP Reports

Lorem ipsum dolor sit amet consectetur adipisicing elit. Eos nesciunt modi pariatur provident, dolorem architecto rerum accusamus totam mollitia, voluptates natus nihil maxime qui perspiciatis, inventore sint quas. Laboriosam, quaerat.